ຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ (PHEOC)
Offered By: OpenWHO
Course Description
Overview
ຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ (PHEOC) ແມ່ນທີ່ຕັ້ງທາງກາຍຍະພາບໃຊ້ເພື່ອການປະສານງານທາງດ້ານຂໍ້ມູນຂ່າວສານ ແລະ ຊັບພະຍາກອນທີ່ໃຊ້ຊຸກຍູ້ບັນດາກິດຈະກຳຄຸ້ມຄອງເຫດການສຸກເສີນ. PHEOC ຍັງບາງຄັ້ງເອີ້ນວ່າ: “ສູນປະຕິບັດງານ” “ຫ້ອງຄຸ້ມຄອງສະຖານະການ” ແລະ “ສູນບັນຊາການ”. ປະສົບການໄດ້ຍົກໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດທີ່ ທັນເວລາຂອງ PHEOC ຈະເປັນຊ່ອງທາງທີ່ຈຳເປັນເພື່ອການຄຸ້ມຄອງເຫດການສຸກເສີນທາງດ້ານສາທາລະນະສຸກ ແລະ ສາມາດຊ່ວຍຫຼີກລ້ຽງບັນດາຂໍ້ຜີິດພາດທີ່ມັກເກີດທົ່ວໄປເຊັ່ນ: ການຂາດລະບົບການຊີ້ນຳທີ່ຊັດເຈນ ນຳໄປສູ່ການຕັດສິນໃຈທີ່ລ້າຊ້າ, ບໍ່ສາມາດຄຸ້ມຄອງຊັບພະຍາກອນ ແລະ ການປະສານງານທີ່ມີຈຸດອ່ອນ.
ຫຼັກສູດການຝຶກອົບຮົມທາງອິນເຕີເນັດແບບອອນລາຍນີ້ໄດ້ຖືກອອກແບບໃຫ້ເປັນການຝຶກແອບນຳໃຊ້ກອບວຽກຂອງອົງການອະນາໄມໂລກສຳລັບ ຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ ແລະ ໄດ້ສຸມໃສ່ເຈົ້າໜ້າທີ່ໆກຽມຄວາມພ້ອມໂຕ້ຕອບກັບເຫດສຸກເສີນດ້ານສາທາລະນະສຸກ ແລະ ບັນດາເຈົ້າໜ້າທີ່ຮັບຜິດຊອບການໂຕ້ຕອບ, ບັນດາຜູ້ກຳນົດນະໂຍບາຍ ແລະ ຄູ່ຮ່ວມງານທີ່ກຳລັງຈັດຕັ້ງປະຕິບັດ ແລະ ສ້າງຄວາມຍືນຍົງໃຫ້ກັບວຽກຂອງຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ.
Photo credit: MYS/CPRC
Syllabus
Course information
ກະລຸນາຮັບຊາບວ່າຫຼັກສູດນີ້ຢູ່ໃນຂັ້ນຕອນການແປເປັນພາສາຂອງສະຫະປະຊາຊາດທັງໝົດ ພ້ອມກັບເລືອກພາສາແຫ່ງຊາດ. ສະບັບທີ່ແປແລ້ວແມ່ນມີຢູ່ໃນພາສາຕໍ່ໄປນີ້:
English - македонски - Français - Русский - 中文 - Português - Español - Українська
ພາບລວມ: ໃນປີ 2012, ອົງການອະນາໄມໂລກໄດ້ສ້າງຕັ້ງເຄືອຂ່າຍຂອງຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ (EOC-NET). WHO ໄດ້ພັດທະນາກອບວຽກສຳລັບຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ (PHEOC), ໂດຍການຮ່ວມມືກັບບັນດາຄູ່ຮ່ວມງານໃນເຄືອຂ່າຍ EOC-NET. ກອບວຽກໄດ້ເປັນແນວທາງສຳລັບວິທີການອອກແບບ, ການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ PHEOC ໃນຂັ້ນສູງ. ຫຼັກສູດຝຶກອົບຮົມທາງອອນລາຍນີ້ໄດ້ໃຫ້ໂຄງສ້າງຂອງກອບວຽກ PHEOC ແລະ ບັນດາເອກະສານບ່ອນອີງທີ່ກ່ຽວຂ້ອງ.
ບັນດາຈຸດປະສົງຂອງການຮຽນຮູ້: ໃນຕອນທ້າຍຂອງຫຼັກສູດນີ້, ທ່ານຄວນສາມາດ:
- ອະທິບາຍເນື້ອໃນຂອງກອບວຽກ PHEOC;
- ອະທິບາຍໄດ້ເນື້ອໃນແນວຄວາມຄິດອັນຕົ້ນຕໍຂອງ PHEOC ແລະ ການຄຸ້ມຄອງເຫດການສຸກເສີນ;
- ນິຍາມໄດ້ບັນດາຈຸດປະສົງ ແລະ ກົນໄກການເຮັດວຽກຂອງ PHEOC;
- ອະທິບາຍບັນດາປັດໃຈທີ່ໃຊ້ໃນການສ້າງແຜນ ແລະ ການຈັດຕັ້ງປະຕິບັດວຽກງານຕົ້ນຕໍ, ບັນດາອົງປະກອບທີ່ຈຳເປັນ ແລະ ຄວາມຕ້ອງການຕ່າງໆສຳລັບ PHEOC;
- ນຳໃຊ້ກອບວຽກ PHEOC ແລະ ບັນດາເຄື່ອງມືທີກ່ຽວຂ້ອງສໍາລັບການອອກແບບ, ການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ PHEOC.
ໄລຍະເວລາຂອງຫຼັກສູດ: ໃຊ້ເວລາປະມານ 3 ຊົ່ວໂມງ.
ໃບຢັ້ງຢືນ: ບັນທຶກໃບຢັ້ງຢືນການຈົບຫຼັກສູດ ຈະມີໃຫ້ສຳລັບບັນດາຜູ້ເຂົ້າຮ່ວມຫຼັກສູດທີ່ໄດ້ຄະແນນຢ່າງໜ້ອຍສຸດ 80% ຂອງຈຳນວນຄະແນນທັງໝົດທີ່ມີໃນພາກຄຳຖາມ ແລະ ເຮັດສຳເລັດພາກກິດຈະກຳ. ຜູ້ເຂົ້າຮ່ວມທີ່ໄດ້ຮັບບັນທຶກຜົນສໍາເລັດຍັງສາມາດດາວໂຫລດ Open Badge ສໍາລັບຫຼັກສູດນີ້. ກົດທີ່ນີ້ເພື່ອຮຽນຮູ້ວິທີການ.
ຂໍ້ປະຕິເສດຄວາມຮັບຜິດຊອບ: ຫຼັກສູດນີ້ລວມມີການບັນຍາຍຮູບພາບຂອງສູນປະຕິບັດການສຸກເສີນດ້ານສາທາລະນະສຸກ (PHEOC) ກ່ອນການລະບາດຂອງ COVID-19. ການຈັດຕັ້ງສະຖານທີ່ PHEOC ໃນລະຫວ່າງສະພາບການໂລກລະບາດໃນປະຈຸບັນຈະຮຽກຮ້ອງໃຫ້ມີການລະມັດລະວັງດ້ານສຸຂະພາບອາຊີບເພີ່ມເຕີມທີ່ບໍ່ໄດ້ສົນທະນາໃນຫຼັກສູດນີ້. ກະລຸນາປະຕິບັດຕາມຂໍ້ແນະນຳແຫ່ງຊາດໃນທ້ອງຖິ່ນຂອງທ່ານກ່ຽວກັບຂໍ້ຄວນລະວັງ COVID-19, ລວມທັງໄລຍະຫ່າງທາງກາຍຢ່າງໜ້ອຍ 1 ແມັດ ພ້ອມກັບການໃຊ້ໜ້າກາກທີ່ເໝາະສົມເມື່ອລະບຸໄວ້. ຂໍ້ມູນເພີ່ມເຕີມກ່ຽວກັບຂໍ້ຄວນລະວັງໃນບ່ອນເຮັດວຽກເຫຼົ່ານີ້ ແລະ ອື່ນໆທີ່ກ່ຽວຂ້ອງສາມາດພົບໄດ້ໃນຫຼັກສູດ OpenWHO:COVID-19 and work: Staying healthy and safe at work during the COVID-19 pandemic
ເອກະສານສະບັບນີ້ໄດ້ຖືກແປເປັນພາສາລາວຈາກThe Public Health Emergency Operations Centre (PHEOC),2020. ອົງການອະນາໄມໂລກຈະບໍ່ຮັບຜິດຊອບສຳລັບເນື້ອໃນ ຫຼື ຄວາມຖືກຕ້ອງຂອງການແປນີ້. ໃນກໍລະນີທີ່ພົບຄວາມບໍ່ສອດຄ່ອງໃນເນື້ອໃນທີ່ແປ ລະຫວ່າງ ສະບັບພາສາອັງກິດ ແລະ ສະບັບພາສາລາວ, ສະບັບພາສາອັງກິດທີ່ເປັນເນື້ອໃນດັ້ງເດີມຈະຖືກໃຊ້ ແລະ ເປັນສະບັບທີ່ມີເນື້ອໃນຖືກຕ້ອງຄົບຖ້ວນ. ການແປເອກະສານນີ້ບໍ່ໄດ້ຮັບການຢັ້ງຢືນຈາກອົງການອະນາໄມໂລກ.ເອກະສານນີ້ມີເຈດຈຳນົງເພື່ອຈຸດປະສົງຊຸກຍູ້ການຮຽນຮູ້ເທົ່ານັ້ນ.
Course contents
ພາກແນະນຳ: ພາບລວມຂອງຫຼັກສູດ ແລະ ກອບວຽກສຳລັບ PHEOC:
ເນື້ອໃນຂອງພາກແນະນຳນີ້ຈະໄດ້ນຳສະເໜີບັນດາຈຸດປະສົງຂອງຫຼັກສູດ; ອະທິບາຍເນື້ອໃນຂອງຫຼັກສູດ; ແລະ ອະທິບາຍກອບວຽກສຳລັບ PHEOC, ພ້ອມທັງເອກະສານຕົ້ນຕໍອື່ນໆ.ບົດທີ 1: ແນວຄວາມຄິດ ແລະ ຫຼັກການຕົ້ນຕໍ:
ບົດທີ 1 ປະກອບດ້ວຍ 3 ພາກເນື້ອໃນເຊັ່ນ: PHEOC; ບັນດາຫຼັກການຂອງການຄຸ້ມຄອງເຫດການສຸກເສີນ; ແລະ ລະບົບຄຸ້ມຄອງເຫດການສຸກເສີນ (IMS).ບົດທີ 2: ການຈັດຕັ້ງປະຕິບັດໃນ PHEOC:
ບົດທີ 2 ປະກອບດ້ວຍ 7 ພາກເນື້ອໃນເຊັ່ນ: ຄຳແນະນຳໃນການສ້າງແຜນ; ໂຄງລ່າງພື້ນຖານດ້ານຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີການສື່ສານ (ICT); ບັນດາແຜນການ ແລະ ຂັ້ນຕອນຂອງ PHEOC; ລະບົບຂໍ້ມູນຂ່າວສານ; ຊັບພະຍາກອນມະນຸດ ແລະ ການຝຶກອົບຮົມ; ການຝຶກແອບ; ແລະ ການຕິດຕາມ, ປະເມີນຜົນ ແລະ ການເງິນ.ບັນດາກິດຈະກຳ: ວຽກສຳລັບຕິດຕາມການຮຽນຮູ້:
ບົດສຸດທ້າຍນີ້ປະກອບມີສາມກິດຈະກຳທີ່ຈະຊ່ວຍໃຫ້ທ່ານສາມາດຝຶກແອບການໃຊ້ຂໍ້ມູນຂ່າວສານຈາກກອບວຽກ ແລະ ນຳໃຊ້ເອກະສານຊ້ອນທ້າຍ.
Related Courses
Ebola Virus Disease: An Evolving EpidemicEmory University via Coursera MalariaX: Defeating Malaria from the Genes to the Globe
Harvard University via edX Healthy Futures: How Can We Create the Most Effective Healthcare System?
Murdoch University via FutureLearn Global Health Governance: Addressing Globalization and Health Inequities
St George's, University of London via FutureLearn ERPO: A Civil Approach to Gun Violence Prevention Teach-Out
Johns Hopkins University via Coursera