ການສ້າງຄວາມພ້ອມໃນລະດັບທີ 2: ລະບົບ, ໂຄງສ້າງ ແລະ ທັກສະ
Offered By: OpenWHO
Course Description
Overview
ການສ້າງຄວາມພ້ອມແມ່ນຫຼັກສູດທີ່ມີຫຼາຍລະດັບເນັ້ນໜັກໃສ່ການພັດທະນາມາດຕະຖານການຮຽນເປັນປະຈຳໃນທົ່ວພະນັກງານໂຕ້ຕອບເຫດສຸກເສີນຢູ່ຂັ້ນສູນກາງ. ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດທີ່ຈຳເປັນເພື່ອເຮັດວຽກໃນການໂຕ້ຕອບເຫດສຸກເສີນ ສາທາລະນະສຸກ.
ການສ້າງຄວາມພ້ອມແມ່ນຫຼັກສູດທີ່ມີຫຼາຍລະດັບເນັ້ນໜັກໃສ່ການພັດທະນາມາດຕະຖານການຮຽນເປັນປະຈຳໃນທົ່ວພະນັກງານໂຕ້ຕອບເຫດສຸກເສີນຢູ່ຂັ້ນສູນກາງ. ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດທີ່ຈຳເປັນເພື່ອເຮັດວຽກໃນການໂຕ້ຕອບເຫດສຸກເສີນ ສາທາລະນະສຸກ.
ລະດັບທີ 2 ໄດ້ສຸມໃສ່ IMD ແລະ ກົນໄກ ຕົ້ນຕໍ. ມັນຍັງຄົ້ນຄ້ວາ ທັກສະ ຫຼັກ ທີ່ເປັນການເຮັດວຽກ ຢ່າງມີປະສິດທີຜົນຂອງທີມງານໂຕ້ຕອບ ແລະ ອະທິບາຍຫຼັກການ ພື້ນຖານຂອງການຄຸ້ມຄອງຄວາມສ່ຽງ.
Photo credit: WHO/C. Black
Syllabus
Course information
ຫຼັກສູດນີ້ຍັງມີຢູ່ໃນ:
English
ພາບລວມ:ການສ້າງຄວາມພ້ອມເນັ້ນໜັກໃສ່ການພັດທະນາມາດຕະຖານການຮຽນຢ່າງສະໝໍ່າສະເໝີໃນທົ່ວຂົງເຂດວຽກງານການ ໂຕ້ຕອບໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດທີຈຳເປັນເຮັດວຽກໃນລະດັບຕ່າງໆຂອງການໂຕ້ຕອບ. ໃນລະດັບທີ່ 2 ທ່ານຈະຮຽນຮູ້ກ່ຽວກັບ IMS, ກົນໄກຕົ້ນຕໍ ແລະ ກົນໄກຍ່ອຍ ຕ່າງໆ. ທ່ານ ຍັງຈະໄດ້ຮຽນຮູ້ ທັກສະຕົ້ນຕໍ ທີ່ສຳຄັນຕໍ່ການເຮັດວຽກທີ່ມີປະສິດທິຜົນຂອງທີມງານໂຕ້ຕອບ.
ຈຸດປະສົງຂອງການຮຽນ: ໃນຕອນທ້າຍຂອງລະດັບທີ 2, ທ່ານຈະສາມາດ:
- ອະທິບາຍ ກົນໄກ ຕົ້ນຕໍ, ບົດບາດ ແລະ ຜົນຂອງ IMS ແລະ ວິທີນຳໃຊ້ໃນ EOC
- ອະທິບາຍຫຼັກການເຮັດວຽກເປັນທີມໃຫ້ປະສົບຄວາມສຳເລັດ;
- ອະທິບາຍຂັ້ນຕອນການຕັດສິນໃຈ
- ອະທິບາຍຂັ້ນຕອນການຄຸ້ມຄອງຄວາມສ່ຽງ.
ໄລຍະເວລາຂອງຫຼັກສູດ: ປະມານ 5 ຊມ.
ໃບຢັ້ງຢືນ: ໃບຢັ້ງຢືນຈະໃຫ້ກັບຜູ້ເຂົ້າຮ່ວມທີ່ໄດ້ຄະແນນຢ່າງໜ້ອຍ 80% ຂອງຄະແນນທັງໝົດທີ່ໄດ້ຈາກການຕອບຄຳຖາມ. ຜູ້ເຂົ້າຮ່ວມທີ່ໄດ້ຮັບບັນທຶກຜົນສໍາເລັດຍັງສາມາດດາວໂຫລດ Open Badge ສໍາລັບຫຼັກສູດນີ້. ຄລິກ ທີ່ນີ້ ເພື່ອຮຽນຮູ້ວິທີ.
ຫຼັກສູດຕົ້ນຕໍຂອງການສ້າງຄວາມພ້ອມໃນລະດັບຕ່າງໆສາມາດເຂົ້າເຖິງໄດ້:
- ການສ້າງຄວາມພ້ອມໃນລະດັບທີ 1: ການໂຕ້ຕອບ ແລະ ຫຼັກການ
ຂໍ້ຄວາມທີ່ຄວນເອົາໃຈໃສ່: ກະລຸນາຮັບຮູ້ວ່າ ຫຼັກສູດນີ້ປະກອບດ້ວຍຮູບພາບຂອງກໍລະນີສຶກສາການໂຕ້ຕອບກັບເຫດສຸກເສີນກ່ອນການລະບາດຂອງໂຄວິດ 19. ກະລຸນາປະຕິບັດຕາມບົດແນະນຳແຫ່ງຊາດໃນການເຝົ້າລະວັງໂຄວິດ 19 ລວມທັງການຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດພ້ອມທັງການໃສ່ຜ້າປິດປາກທີ່ເໝາະສົມ.
Course contents
ບົດທີ 1: ລະບົບ ແລະ ໂຄງສ້າງການໂຕ້ຕອບ:
ໂມດູນນີ້ປະກອບດ້ວຍ 4 ຫນ່ວຍ: ແນະນຳລະບົບ ແລະ ໂຄ່ງສ້າງ; ນະໂຍບາຍ, ແຜນການ ແລະ ຂັ້ນຕອນ; ລະບົບຄຸ້ມຄອງເຫດການ IMS; ຫ້ອງປະຕິບັດງານເຫດສຸກເສີນ EOC.ບົດທີ 2: ກົນໄກຕົ້ນຕໍຂອງລະບົບຄຸ້ມຄອງເຫດການ IMS:
ໂມດູນນີ້ປະກອບດ້ວຍ 5 ຫນ່ວຍ: ການຄຸ້ມຄອງເຫດການ; ການດຳເນີນງານ; ການສ້າງແຜນ; ພາລາທິການ: ການເງິນ ແລະ ການບໍລິຫານ.ບົດທີ່ 3: ທັກສະຕົ້ນຕໍໃນການໂຕ້ຕອບ:
ໂມດູນນີ້ປະກອບດ້ວຍ 4 ຫນ່ວຍ: ຮູບແບບຂອງ OODA; ການເຮັດວຽກເປັນທີມ ຄຸນລັກສະນະສະເພາະຂອງທີມ; ການເຮັດວຽກເປັນທີມ ຄວາມຂັດແຍ່ງໃນທີມ: ການລໍາອຽງທີ່ບໍ່ຮູ້ສຶກໂຕ; ການລໍາອຽງທີ່ບໍ່ຮູ້ສຶກໂຕ.
Related Courses
Model ThinkingUniversity of Michigan via Coursera Fantasy and Science Fiction: The Human Mind, Our Modern World
University of Michigan via Coursera Introduction to Mathematical Thinking
Stanford University via Coursera Think Again: How to Reason and Argue
Duke University via Coursera Introduction to Philosophy
University of Edinburgh via Coursera