ການສ້າງຄວາມພ້ອມໃນລະດັບທີ 1: ການໂຕ້ຕອບ ແລະ ຫຼັກການ
Offered By: OpenWHO
Course Description
Overview
ການສ້າງຄວາມພ້ອມແມ່ນຫຼັກສູດທີ່ມີຫຼາຍລະດັບເນັ້ນໜັກໃສ່ການພັດທະນາມາດຕະຖານການຮຽນເປັນປະຈຳໃນທົ່ວພະນັກງານໂຕ້ຕອບເຫດສຸກເສີນຢູ່ຂັ້ນສູນກາງ. ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດທີ່ຈຳເປັນເພື່ອເຮັດວຽກໃນການໂຕ້ຕອບເຫດສຸກເສີນ ສາທາລະນະສຸກ.
ການລະບາດຂອງໂຄວິດ 19 ໄດ້ເຮັດໃຫ້ທຸກປະເທດພົບຄວາມທ້າທາຍໃນການມີຄວາມສາມາດໂຕ້ຕອບກັບເຫດສຸກເສີນ. ການເຂົ້າເຖິງປະຊາຊົນຢ່າງຖືກຕ້ອງທີ່ມີທັກສະ ແລະ ຜ່ານການຝຶກອົບຮົມໃນເວລາ ແລະ ສະຖານທີ່ທີ່ຖືກຕ້ອງນັ້ນແມ່ນຈຳເປັນເພື່ອຊ່ວຍ ຊີວິດ ແລະ ປົກປ້ອງສຸຂະພາບຂອງປະຊາຊົນ, ສັງຄົມ ແລະ ເສດຖະກິດໃນຊ່ວງທີ່ມີເຫດສຸກເສີນ.
ລະດັບທີ 1 ໄດ້ໃຫ້ເນື້ອໃນ ແລະ ຫຼັກການຂອງໄພອັນຕະລາຍທັງໝົດທີ່ຕ້ອງໂຕ້ຕອບກັບເຫດສຸກເສີນ, ບົງບອກບັນດາຜູ້ກ່ຽວຂ້ອງ, ພາລະບົດບາດ ແລະ ສາຍພົວພັນຂອງເຂົາເຈົ້າໃນໂຄງສ້າງ. ຍັງໃຫ້ລາຍລະອຽດບົດບາດຂອງອົງການອະນາໄມໂລກ ແລະ ຫຼັກຈັນຍາບັນຈັນຍາທໍາອັນຕົ້ນຕໍ ແລະ ບັນດາຫຼັກການທີ່ຜູ້ໂຕ້ຕອບທັງໝົດຕ້ອງປະຕິບັດຕາມ.
Photo credit: WHO/Blink Media - F. Monir
Syllabus
Course information
ຫຼັກສູດນີ້ຍັງມີຢູ່ໃນ:
English - Português
ພາບລວມ: ການສ້າງຄວາມພ້ອມເນັ້ນໜັກໃສ່ການພັດທະນາມາດຕະຖານການຮຽນຢ່າງສະໝໍ່າສະເໝີໃນທົ່ວຂົງເຂດວຽກງານການ ໂຕ້ຕອບໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດທີຈຳເປັນເຮັດວຽກໃນລະດັບຕ່າງໆຂອງການໂຕ້ຕອບ. ໃນລະດັບທີ່ໜຶ່ງທ່ານຈະຮຽນຮູ້ກ່ຽວກັບເນື້ອໃນ ແລະ ຫຼັກການໃນການໂຕ້ຕອບສຸມໃສ່ໄພອັນຕະລາຍທັງໝົດ. ຜ່ານການຄົ້ນຄວ້າບັນດາຜູ້ທີ່ກ່ຽວຂ້ອງບົດບາດ ແລະ ສາຍພົວພັນ, ທ່ານຈະລື້ງເຄີຍກັບວິທີການຄຸ້ມຄອງທີ່ດີໃນການໂຕ້ຕອບ ແລະ ເພີ່ມທະວີການຮ່ວມມືໃນຂະແໜງການ.
ຈຸດປະສົງຂອງການຮຽນ: ໃນຕອນທ້າຍຂອງລະດັບທີ 1, ທ່ານຈະສາມາດ:
- ອະທິບາຍຫຼັກການຂອງການໂຕ້ຕອບເຫດສຸກເສີນທີ່ເປັນອັນຕະລາຍທັງໝົດ;
- ອະທິບາຍຫຼັກການມະນຸດສະທຳ ແລະ ສິດທິມະນຸດ ແລະ ກົດໝາຍມະນຸດສະທຳສາກົນເພື່ອໂຕ້ຕອບເຫດສຸກເສີນດ້ານສາທາລະນະສຸກ;
- ອະທິບາຍພັນທະທີ່ບັນດາພາກສ່ວນທີ່ກ່ຽວຂ້ອງຕົ້ນຕໍມີພາຍໃຕ້ລະບຽບການສາທາລະນະສຸກສາກົນ 2005 ໃນການກວດຫາ, ແຈ້ງ ແລະ ຮັບມືກັບເຫດການສາທາລະນະສຸກ;
- ອະທິບາຍໄດ້ບົດບາດ ແລະ ຄວາມຮັ້ບຜິດຊອບຂອງອົງການຈັດຕັ້ງທີ່ເປັນອົງການໂຕ້ຕອບເຫດສຸກເສີນ ແລະ ໂຄງສ້າງ ຂັ້ນສູນກາງ, ພາກພື້ນ ແລະ ທົ່ວໂລກ.
ໄລຍະເວລາຂອງຫຼັກສູດ: ປະມານ 7 ຊມ.
ໃບຢັ້ງຢືນ: ໃບຢັ້ງຢືນຈະໃຫ້ກັບຜູ້ເຂົ້າຮ່ວມທີ່ໄດ້ຄະແນນຢ່າງໜ້ອຍ 80% ຂອງຄະແນນທັງໝົດທີ່ໄດ້ຈາກການຕອບຄຳຖາມ. ຜູ້ເຂົ້າຮ່ວມທີ່ໄດ້ຮັບບັນທຶກຜົນສໍາເລັດຍັງສາມາດດາວໂຫລດ Open Badge ສໍາລັບຫຼັກສູດນີ້. ຄລິກ ທີ່ນີ້ ເພື່ອຮຽນຮູ້ວິທີ.
ຫຼັກສູດຕົ້ນຕໍຂອງການສ້າງຄວາມພ້ອມໃນລະດັບຕ່າງໆສາມາດເຂົ້າເຖິງໄດ້:
- ການສ້າງຄວາມພ້ອມໃນລະດັບທີ 2: ລະບົບ, ໂຄງສ້າງ ແລະ ທັກສະ
ຂໍ້ຄວາມທີ່ຄວນເອົາໃຈໃສ່: ກະລຸນາຮັບຮູ້ວ່າ ຫຼັກສູດນີ້ປະກອບດ້ວຍຮູບພາບຂອງກໍລະນີສຶກສາການໂຕ້ຕອບກັບເຫດສຸກເສີນກ່ອນການລະບາດຂອງໂຄວິດ 19. ກະລຸນາປະຕິບັດຕາມບົດແນະນຳແຫ່ງຊາດໃນການເຝົ້າລະວັງໂຄວິດ 19 ລວມທັງການຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດພ້ອມທັງການໃສ່ຜ້າປິດປາກທີ່ເໝາະສົມ.
ເອກະສານນີ້ໄດ້ແປເປັນພາສາລາວ. ອົງການອະນາໄມໂລກຈະບໍ່ຮັບຜິດຊອບສຳລັບເນື້ອໃນ ຫຼື ຄວາມຖືກຕ້ອງຂອງການແປນີ້. ໃນກໍລະນີທີ່ພົບຄວາມບໍ່ສອດຄ່ອງໃນເນື້ອໃນທີ່ແປ ລະຫວ່າງ ສະບັບພາສາອັງກິດ ແລະ ສະບັບພາສາລາວ, ສະບັບພາສາອັງກິດທີ່ເປັນເນື້ອໃນດັ້ງເດີມຈະຖືກໃຊ້ ແລະ ເປັນສະບັບທີ່ມີເນື້ອໃນຖືກຕ້ອງຄົບຖ້ວນ.
Course contents
ພາກແນະນຳ: ຍິນດີຕ້ອນຮັບເຂົ້າສູ້ການສ້າງຄວາມພ້ອມ:
ຫຼັກສູດນີ້ແນະນຳເນື້ອໃນຕົ້ນຕໍຂອງການສ້າງຄວາມພ້ອມ.ບົດທີ 1: ການໂຕ້ຕອບເຫດສຸກເສີນໄພອັນຕະລາຍທັງໝົດ:
ບົດນີ້ປະກອບດ້ວຍສາມພາກ: ລັກສະນະຂອງເຫດສຸກເສີນ; ຫຼັກການຂອງການໂຕ້ຕອບກັບອັນຕະລາຍທັງໝົດ; ແລະ ໂຄງສ້າງ ການໂຕ້ຕອບແຫ່ງຊາດ.ບົດທີ 2: ການຊຸກຍູ້ຈາກສາກົນເພື່ອການໂຕ້ຕອບ:
ບົດນີ້ປະກອບດ້ວຍ 4 ພາກ: ພາບລວມຂອງຜູ້ໂຕ້ຕອບ; ລະບົບການຊ່ວຍເຫຼືອດ້ານມະນຸດສະທໍາ; ລະບົບເປັນກຸ່ມ ແລະ ເຄື່ອຂ່າຍຜູ້ຮ່ວມງານ.ບົດທີ 3: ການຊຸກຍູ້ຂອງອົງການອະນາໄມໂລກເພື່ອການໂຕ້ຕອບ:
ບົດນີ້ປະກອບດ້ວຍ 3 ພາກ: ບົດບາດຂອງອົງການອະນາໄມໂລກໃນການໂຕ້ຕອບ; ບົດບາດຂອງອົງການອະນາໄມໂລກໃນເຫດການ ກຳມັດຕະພາບລັງສີ ແລະ ສານເຄມີ; ບົດບາດຂອງອົງການອະນາໄມໂລກໃນການໂຕ້ຕອບກັບພະຍາດທີ່ເກີດຈາກອາຫານ.ບົດທີ 4: ຫຼັກຈັນຍາບັນຈັນຍາທໍາ ແລະ ຫຼັກການຂອງການໂຕ້ຕອບ:
ບົດນີ້ປະກອບດ້ວຍຫ້າພາກ: ລະບຽບການສາທາລະນະສຸກສາກົນ (2005); ກົດໝາຍ ແລະ ສົນທິສັນຍາສາກົນ; ສິດທິມະນຸດໃນ ການໂຕ້ຕອບດ້ານສຸຂະພາບ; ຫຼັກການມະນຸດສະທໍາ; ແລະ ລະບຽບການຂອງອົງການອະນາໄມໂລກ, ຄຸນຄ່າຂອງ ສປຊ ແລະ ການລ່ວງລະເມີດທາງເພດ.ບົດທີ 5: ກໍລະນີສຶກສາ:
ບົດນີ້ນຳສະເໜີ 3 ກໍລະນີສຶກສາເພື່ອໃຫ້ທ່ານອ່ານພ້ອມປະກອບຄຳຄິດເຫັນສິ່ງທີ່ທ່ານໄດ້ຮຽນໃນຫຼັກສູດລະດັບທີ 1.
Related Courses
Writing II: Rhetorical ComposingOhio State University via Coursera Practice Based Research in the Arts
Stanford University via NovoEd DNA - from structure to therapy
Jacobs University via iversity Public Speaking
University of Washington via edX Shakespeare and his World
The University of Warwick via FutureLearn